ຄວາມໝາຍຂອງສັນຊາດ

ຈາກວັດຈະນານຸກົມກົດໝາຍຂອງຝຮັ່ງໄດ້ໃຫ້ຄໍາຈໍາກັດຄວາມໝາຍຂອງສັນຊາດເອົາໄວ້ໂດຍກຳນົດວ່າ ສັນຊາດໝາຍເຖິງຄວາມຜູກພັນທາງກົດໝາຍ ແລະ ການເມືອງທີ່ບຸກຄົນມີຕໍ່ລັດຢ່າງບໍ່້ເສື່ອມຄາຍ ເປັນຄວາມຜູກພັນທີ່ລັດເປັນຜູ້ກຳນົດຮັບຮອງໂດຍສ້າງອອກມາເປັນກົດໝາຍ ໂດຍຄຳນຶງເຖິງຄວາມໄກ້ຊິດຄວາມຜູກພັນທີ່ບຸກຄົນມີຕໍ່ລັດເຈົ້າຂອງສັນຊາດຫຼາຍກວ່າລັດອື່ນໃດ ແລະ ຜົນແຫ່ງຄວາມຜູກພັນນີ້ທຳໃຫ້ບຸກຄົນນັ້ນເກີດພາລະໜ້າທີ່ທີ່ຈະມີຕໍ່ລັດໃນຖານະເປັນຄົນຊາດ ແລະ ໃນຂະນະດຽວກັນລັດກໍມີສິດທີ່ຈະປົກປ້ອງຄຸ້ມຄອງບຸກຄົນນັ້ນ ແລະ ມີສິດຮຽກຮ້ອງແທນບຸກຄົນນັ້ນ ຫາກບຸກຄົນນັ້ນໄດ້ຮັບຄວາມເສຍຫາຍຈາກການກະທຳຂອງລັດອື່ນໂດຍເປັນໄປຕາມຫຼັກກົດໝາຍລະຫວ່າງປະເທດ. ສາດສະດາຈານ Batiffol ຊຶ່ງເປັນສາດສະດາຈານສຳຄັນທີ່ມີຊື່ສຽງໃນມະຫາວິທະຍາໄລປາຣີ ຜູ້ຊ່ຽວຊານວິຊາກົດໝາຍລະຫວ່າງປະເທດຜະແນກຄະດີບຸກຄົນ ໄດ້ໃຫ້ຄຳນິຍາມຂອງສັັນຊາດເອົາໄວ້ວ່າສັນຊາດໝາຍຄວາມເຖິງຄວາມຜູກພັນທາງກົດໝາຍຂອງບຸກຄົນໃນຖານະເປັນພົນລະເມືອງທີ່ເປັນອົງປະກອບສຳຄັນຂອງລັດ.

ໃນຕຳລາກົດໝາຍລະຫວ່າງປະເທດພາກລັດ ໄດ້ອະທິບາຍວ່າອົງປະກອບຢ່າງໜື່ງຂອງຄວາມເປັນລັດຄືພົນລະເມືອງ ຫຼື ປະຊາກອນ ພົນລະເມືອງຫຼືປະຊາຊົນນີ້ຖ້າເບິ່ງໂດຍລວມແລ້ວກໍຄືຄົນຊາດທັງໝົດ ດັ່ງນັ້ນສັນຊາດຈຶ່ງເປັນຄືກັບສິ່ງທີ່ເຊື່ອມໂຍງບຸກຄົນຊຶ່ງເປັນຄົນຊາດທັງໝົດໃຫ້ເຂົ້າມາຜູກພັນກັບລັດ ສັນຊາດຈຶ່ງເປັນໜຶ່ງເຄື່ອງຜູກພັນບຸກຄົນທີ່ເຂົ້າມາເປັນສະມາຊິກຂອງນັ້ນໆ.

ຄຳພິພາກສາສານຍຸທຳລະຫວ່າງປະເທດໃນຄະດີ Nottebohm ໄດ້ໃຫ້ຄຳຈຳກັດຄວາມຂອງຄຳວ່າສັນຊາດເອົາໄວ້ວ່າ:

" ຕາມແນວປະຕິບັດຂອງລັດ, ຕາມແນວປະຕິບັດຂອງຄຳພິພາກສາ ແລະ ຄຳຕັດສິນຂອງອະນຸຍາໂຕຕຸລາການ ຕະຫຼອດຈົນຄວາມຄິດຂອງນັກຂຽນ(ນັກນິຕິສາດ) ສັນຊາດເປັນສິ່ງທີ່ຜູກພັນທາງດ້ານກົດໝາຍອັນມີຮາກຖານມາຈາກຄວາມຜູກພັນຮ່ວມກັນໃນທາງສັງຄົມ, ຜົນປະໂຫຍດ ແລະ ຄວາມຮູ້ສຶກຮ່ວມກັນ ອັນຕໍ່ໃຫ້ເກີດສິດໜ້າທີ່ຊຶ່ງມີຕໍ່ກັນ ແລະ ກັນ".

Harvard Law Research ໄດ້ພະຍາຍາມໃຫ້ຄຳຈຳກັດຄວາມຂອງສັນຊາດເອົາໄວ້ໃນ Draft Convention on Nationality ໂດຍຖືວ່າສັນຊາດເປັນສະຖານະຂອງບຸກຄົນຊື່ງຜູກພັນກັບລັດໂດຍອາໄສຄວາມຊື່ສັດພັກດີຕໍ່ລັດນັ້ນໆ ໃນຂະນະດຽວກັນກໍເປັນສິ່ງທີ່ໜ້າສັງເກດວ່າ ຄຳວ່າຄວາມຊື່ສັດພັກດີຄົງໝາຍເຖິງພັນທະກໍລະນີ ຫຼື ໜ້າທີ່ທີ່ຕົນຈະຕ້ອງມີຕໍ່ລັດທີ່ຕົນສັງກັດຢູ່ນັ້ນເອງ.

ຈາກການພິຈາລະນາຄຳຈຳກັດຄວາມຕ່າງໆ ຂ້າງເທິງພໍສະຫຼຸບລັກສະນະສຳຄັນຂອງສັນຊາດໄດ້ດັ່ງນີ້:

1.ສັນຊາດເປັນຄວາມຜູກພັນທາງກົດໝາຍທີ່ລັດໃຊຜູກພັນຄົນເຂົ້າໄວ້ກັບລັດຄວາມຜູກພັນເຊັ່ນວ່ານີ້ໝາຍເຖິງຄວາມຜູກມັດໃນທາງກົດໝາຍທີ່ຈະຜູກມັດບຸກຄົນໃຫ້ເຂົ້າມາສັງກັດຢູ່ພາຍໃນລັດ ກົດໝາຍລະຫວ່າງປະເທດໄດ້ບັນຍັດຮັບຮັບຮອງສິດຂອງລັດໃນຂໍ້ນີ້ ໂດຍຖືວ່າການກຳນົດເງື່ອນໄຂຕ່າງໆໃນເລື່ອງສັນຊາດເປັນເຂດອຳນາດພາຍໃນຂອງລັດເມື່ອລັດມີອຳນາດອະທິປະໄຕ ລັດສາມາດອອກກົດໝາຍໃດໆ ກໍ່ໄດ້ເທົ່າທີ່ບໍ່ຂັດຕໍ່ກົດໝາຍລະຫວ່າງປະເທດ ລັດສາມາດອອກກົດໝາຍກຳນົດການໄດ້ມາ ຫຼື ການເສຍໄປຂອງສັນຊາດບຸກຄົນຂອງລັດເປັນຜູ້ເລື່ອກທີ່ຈະໃຫ້ ຫຼື ຈະບໍ່ໃຫ້ບຸກຄົນໃດເຂົ້າມາມີຄວາມຜູກພັນກັບຕົນ ການສ້າງຄວາມຜູກພັນລະຫວ່າງປະເທດລັດກັບບຸກຄົນໂດຍອາໄສສັນຊາດເປັນເຄື່ອງມືນີ້ ເປັນຄວາມຜູກພັນທາງດ້ານກົດໝາຍມະຫາຊົນ ຄວາມຜູກພັນເຊັ່ນວ່ານີ້ບໍ່ແມ່ນນິຕິສຳພັນທາງແພ່ງ ຫຼື ການຄ້າທີ່ຈະຕ້ອງວາງຢູ່ບົນຮາກຖານຂອງຄວາມສະເໝີພາບຂອງຄູ່ພາຄີ ກ່າວອີກຢ່າງໜຶ່ງ ລັດເປັນຜູ້ໃຫ້ສັນຊາດແກ່ບຸກຄົນ ລັດໃຊ້ອຳນາດເໝືອບຸກຄົນບໍ່ແມ່ນການຜູກນິຕິສັນພັນ (ຄືບໍ່ແມ່ນນິຕິກຳ ແລະ ບໍ່ແມ່ນນິຕິເຫດ) ສັນຊາດຈຶ່ງເປັນເໝືອນເຄື່ອງມືທີ່ລັດຈະໃຊ້ເພື່ອຜູກພັນບຸກຄົນໃຫ້ມີຄວາມສຳພັນໄກ້ຊິດກັບລັດນັ້ນເອງ.

2. ຄວາມຜູກພັນທີ່ບຸກຄົນມີຢູ່ຕໍ່ລັດ ເປັນເງຶ່ອນໄຂສໍາຄັນຂອງແນວຄິດກ່ຽວກັບສັນຊາດການທີ່ບຸກຄົນໃດຈະມີສັນຊາດໃດ ບຸກຄົນນັ້ນຕ້ອງມີຄວາມໄກ້ຊິດກັບລັດນັ້ນໆ ຄວາມຜູກພັນທາງການເມືອງທາງຈິດໃຈ, ວັດທະນະທຳ, ພາສາ ລ້ວນແລ້ວແຕ່ເປັນປັດໄຈຂອງຄວາມຜູກພັນຂອງບຸກຄົນຕໍ່ລັດທັງສິ້ນກ່າວອີກຢ່າງໜຶ່ງ ປັດໄຈຫຼາຍໆ ປັດໄຈເຮັດໃຫ້ບຸກຄົນເຂົ້າມາຮ່ວມກັນໃນສັງຄົມ ແລະ ພ້ອມທີ່ຈະປົກປ້ອງພິພັກຜົນປະໂຫຍດຮ່ວມກັນ ແລະ ມີຄວາມຈົງຮັກພັກດີຕໍ່ປະເທດ ຫຼື ລັດທີ່ຕົນສັງກັດຢູ່ ໂດຍບໍ່ຈຳເປັນວ່າຕົນຈະຕ້ອງມີພູມລຳເນົາ ຫຼື ຖິ່ນທີ່ຢູ່ຢູ່ໃນລັດນັ້ນໆ ແຕ່ການທີ່ຈະຮູ້ລ່ວງໜ້າໄດ້ວ່າໃຜຈະມີຄວາມຜູກພັນຕໍ່ລັດ ຫຼື ບໍ່ເປັນເລື່ອງຍາກ ດັງນັ້ນທົ່ວທຸກປະເທດຕ່າງໆ ໃນໂລກນີ້ມັກຈະກຳນົດກົດເກນຂອງຄວາມຜູກພັນຂອງບຸກຄົນທີ່ໜ້າຈະມີຕໍ່ລັດໂດຍອາໄສດິນແດນກັບລັກສາຍໂລຫິດເປັນເກນສຳຄັນໃນການໄດ້ສັນຊາດໂດຍການເກີດ.

3. ຜົນແຫ່ງຄວາມຜູກພັນທີ່ບຸກຄົນມີຕໍ່ລັດ ເຮັດໃຫ້ບຸກຄົນມີໜ້າທີ່ທີ່ຈະຕ້ອງປະຕິບັດຕໍ່ລັດ ໂດຍທີ່ກົດໝາຍຈະລະບຸເຖິງສິດ ແລະ ໜ້າທີ່ໃນຖານະທີ່ບຸກຄົນນັ້ນມີສັນຊາດຂອງລັດນັ້ນໆ ໃນຂະນະດຽວກັນລັດກໍມີໜ້າທີ່ຕາມກົດໝາຍລະຫວ່າງປະເທດທີ່ຈະຕ້ອງປົກປ້ອງຄົນຊາດຂອງຕົນ ເມື່ອຄົນຊາດໄດ້ຮັບຄວາມເສຍຫາຍຈາກການກະທຳຂອງລັດອື່ນ ການປົກປ້ອງຄົນຊາດໝາຍເຖິງການໃຫ້ຄວາມຄຸ້ມຄອງແກ່ບຸກຄົນທີ່ມີສັນຊາດຂອງລັດນັ້ນໆ ກົດໝາຍລະຫວ່າງປະເທດພາກບຸກຄົນຖືວ່າ ການໃຫ້ຄວາມຄຸ້ມຄອງ ແລະ ປົກປ້ອງຄົນຊາດເປັນໜ້າທີ່ຢ່າງໜຶ່ງຂອງລັດທີ່ກົດໝາຍໄດ້ລະບຸຮັບຮອງໄວ້.

4. ຄໍາຈໍາກັດຄວາມຂອງສັນຊາດໃນແງ່ມຸມຂອງກົດໝາຍລະຫວ່າງປະເທດພາກບຸກຄົນ, ກົດໝາຍລະຫວ່າງປະເທດພາກລັດ ແລະ ກົດໝາຍພາຍໃນຂອງແຕ່ລະລັດ ອາດມີມຸມມອງຂອງທີ່ຄ້າຍໆກັນ ຫາກແຕ່ຈະເນັ້ນຄວາມສຳຄັນຂອງສັນຊາດແຕກຕ່າງກັັນອອກໄປ ກົດໝາຍລະຫວ່າງປະເທດພາກລັດເປັນກົດໝາຍທີ່ກຳນົດຄວາມສຳພັນລະຫວ່າງລັດ ຫຼື ລັດກັບອົງການລະຫວ່າງປະເທດ, ປະຊາກອນຖືວ່າເປັນອົງປະກອບຢ່າງໜຶ່ງຂອງຄວາມເປັນລັດ, ກົດໝາຍລະຫວ່າງປະເທດພາກລັດຈຶ່ງເນັ້ນວ່າສັນຊາດເປັນເຄື່ອງຜູກພັນບຸກຄົນໃຫ້ເຂົ້າກັບດິນແດນເພື່ອທຳໃຫ້ເກີດລັດ ໃນທັດສະນະຂອງກົດໝາຍລະຫວ່າງປະເທດພາກລັດ ລັດຈຶ່ງມີອຳນາດເດັດຂາດແຕ່ຜູ້ດຽວ ແລະ ມີອຳນາດຢ່າງເຕັມທີ່ທີ່ຈະກຳນົດເງື່ອນໄຂກ່ຽວກັບສັນຊາດຂອງຕົນໃນເລື່ອງການໄດ້ມາ ແລະ ການເສຍໄປຂອງສັນຊາດ ນອກຈາກນັ້ນ ສັນຊາດກໍຍັງເຮັດໜ້າທີ່ທີ່ຈະແບ່ງສັນບຸກຄົນໃນທາງລະຫວ່າງປະເທດອິກດ້ວຍ ວ່າບຸກຄົນໃດສັງກັດຢູ່ໃນລັດໃດ ລັດໃດເປັນຜູ້ໃຊ້ອຳນາດລັດເໝືອບຸກຄົນ ໃນກໍລະນີທີ່ບຸກຄົນຢູ່ພາຍໃນດິນແດນຂອງລັດເຈົ້າຂອງສັນຊາດ ລັດເຈົ້າຂອງສັນຊາດຍ່ອມໃຊ້ອຳນາດລັດເໝືອດິນແດນໄດ້ຢ່າງເຕັມທີ່ຢູ່ແລ້ວ ແຕ່ຖ້າບຸກຄົນຢູ່ພາຍນອກດິນແດນຂອງລັດເຈົ້າຂອງສັນຊາດ ແລະ ໄປຢູ່ໃນດິນແດນຂອງລັດອື່ນ ແລະ ຢູ່ໃຕ້ອຳນາດລັດເໝືອດິນແດນຂອງລັດອື່ນ ກົດໝາຍຈຳເປັນທີ່ຈະຕ້ອງກຳນົດແຍກແຍະໃຫ້ຮູ້ວ່າບຸກຄົນໃດສັງກັດຢູ່ໃນລັດໃດ ແລະ ກໍ່ໃຫ້ເກີດຜົນອັນເປັນພາລະແກ່ລັດເຈົ້າຂອງສັນຊາດທີ່ຈະຕ້ອງດູແລຄຸ້ມຄອງຄົນຊາດຂອງຕົນ ແຕ່ກົດໝາຍລະຫວ່າງປະເທດພາກບຸກຄົນໂດຍສະເພາະຫຼັກເກນວ່າດ້ວຍການຂັດກັນແຫ່ງກົດໝາຍມີເປົ້າ ໝາຍແຕກຕ່າງຈາກກົດໝາຍລະຫວ່າງປະເທດພາກລັດ ເພາະກົດໝາຍສາຂານີ້ມຸ່ງທີ່ຈະພິຈາລະນາເຖິງຄວາມສຳພັນຂອງເອກະຊົນໃນທາງແພ່ງ ແລະ ການຄ້າທີ່ມີອົງປະກອບຕ່າງຊາດເປັນສຳຄັນ ສັນຊາດຈຶ່ງເປັນພຽງຈຸດເກາະກ່ຽວຈຸດໜຶ່ງທີ່ມີຄວາມສຳຄັນທີ່ຈະບົ່ງບອກເຖິງຄວາມສຳພັນທີ່ໄກ້ຊິດຂອງບຸກຄົນກັບລັດ ໃນຫຼັກເກນວ່າດ້ວຍການຂັດການແຫ່ງກົດໝາຍ ສັນຊາດເປັນຈຸດເກາະກ່ຽວທີ່ສຳຄັນກັບສະຖານະແລະ ຄວາມສາມາດຂອງບຸກຄົນ ຫຼື ຖືວ່າສະຖານະ ແລະ ຄວາມສາມາດຂອງບຸກຄົນໄກ້ຊິດທີ່ສຸດກັບລັດເຈົ້າຂອງສັນຊາດ ສ່ວນໃນແງ່ຂອງກົດໝາຍພາຍໃນນັ້ນກົດໝາຍລະຫວ່າງປະເທດພາກລັດໄດ້ມອບໃຫ້ລັດເປັນຜູ້ກຳນົດເງື່ອນໄຂກ່ຽວກັບສັນຊາດຂອງຕົນ ດັ່ງນັ້ນກົດໝາຍພາຍໃນຈຶ່ງກຳນົດແນວຄິດຂອງສັນຊາດຫຼາກຫຼາຍອອກໄປແລ້ວແຕ່ຄວາມຕ້ອງການພາຍໃນຂອງສັນຊາດຂອງຕົນ ແຕ່ຖ້າກ່ວາໂດຍລວມແລ້ວສັນຊາດທີ່ປາກົດໃນກົດໝາຍພາຍໃນມັກອອກມາໃນແນວທາງ ຫຼື ທິດທາງທີ່ກຳນົດຄວາມສຳພັນລະຫວ່າງບຸກຄົນກັັບລັດໂດຍກຳນົດເງື່ອນໄຂຂອງການໄດ້, ການເສຍ, ການກັບຄືນສັນຊາດ ໆລໆ.

ໂດຍສະຫຼຸບແລ້ວ ກົດໝາຍລະຫວ່າງປະເທດພາກລັດເຫັນໄດ້ວ່າສັນຊາດເປັນເຄື່ອງຜູກພັນບຸກຄົນໃຫ້ເຂົ້າໄວ້ກັບລັດ ກົດໝາຍລະຫວ່າງປະເທດພາກບຸກຄົນຖືວ່າສັນຊາດຜູກພັນບຸກຄົນໃຫ້ເຂົ້າກັບລັດ ແຕ່ວ່າສັນຊາດເປັນເຄື່ອງແບ່ງສັນເອກະຊົນລະຫວ່າງປະເທດ ແລະ ເປັນຈຸດເກາະກ່ຽວທີ່ສຳຄັນທີ່ສະແດງໃຫ້ເຫັນຄວາມກ່ຽວພັນທີ່ໄກ້ຊິດຂອງບຸກຄົນກັບລັດ ສ່ວ່ນກົດໝາຍພາຍໃນຂອງລັດຕ່າງໆ ຍ່ອມຈະກຳນົດສັນຊາດຕາມຄວາມຕ້ອງການຂອງຕົນ ແຕ່ກຳນົດໃຫ້ບຸກຄົນເຂົ້າຜູກພັນຕໍ່ລັດໂດຍອາໄສເງື່ອນໄຂຕ່າງກັນອອກໄປ.

ພ້ອມກັນນີ້ ຄະນະກຳມະການກົດໝາຍລະຫວ່າງປະເທດຂອງສະຫະປະຊາຊາດໄດ້ເຄີຍໃຫ້ນິຍາວ່າສັນຊາດແມ່ນເປັນສະຖານະຂອງບຸກຄົນທີ່ມີສາຍພົວພັນຢ່າງສະໜິດແໜ້ນໄວ້ກັບລັດໃດລັດໜຶ່ງ ເປັນສິ່ງທີ່ສະແດງເຖິງຄວາມຈົງຮັກພັກດີຕໍ່ລັດ.

ດັ່ງນັ້ນ ເຮົາຈຶ່ງພໍສະຫຼຸບໄດ້ວ່າ: ສັນຊາດເປັນເຄື່ອງຜູກພັນທາງການເມືອງ, ສັນຊາດເປັນຂໍ້ຄວາມຄິດທາງກົດໝາຍທີ່ມະນຸດຄິດຄົ້ນຂຶ້ນ ແລະມີແຕ່ລັດອະທິປະໄຕເທົ່ານັ້ນທີ່ສາມາດໃຫ້ສັນຊາດບຸກຄົນໄດ້.

ຕາມກົດໝາຍວ່າດ້ວຍສັນຊາດ ປີ 2004 ແລ້ວ ໃນມາດຕາ 2ໄດ້ກຳນົດວ່າ ສັນຊາດລາວແມ່ນສາຍກ່ຽວພັນສະໜິດແໜ້ນທາງດ້ານການເມືອງແລະກົດໝາຍ ລະຫວ່າງບຸກຄົນກັບລັດ ສປປ ລາວ ເຊິ່ງສະແດງເຖິງສິດແລະພັນທະຂອງພົນລະເມືອງລາວຕໍ່ລັດ ສປປ ລາວ, ສິດແລະຄວວາມຮັບຜິດຊອບຂອງ ສປປ ລາວຕໍ່ພົນລະເມືອງ.

  • vສັນຊາດເປັນເຄື່ອງຜູກພັນທາງດ້ານການເມືອງ: ສັນຊາດເປັນເຄື່ອງບົ່ງບອກເຖິງຄວາມເປັນພົນລະເມືອງຫຼືຄົນຊາດ ຂອງລັດໜຶ່ງລັດໃດ ແຍກອອກຈາກຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະຄົນຕ່າງປະເທດ ກ່າວອີກຢ່າງໜຶ່ງ ສັນຊາດເປັນເຄື່ອງສະແດງເຖິງຄວາມຜູກພັນຫຼືຄວາມຈົງຮັກພັກດີທາງການເມືອງຕໍ່ລັດ.ນອກຈາກນີ້ ສັນຊາດຍັງເຮັດໜ້າທີ່ເຊື່ອມຄວາມສຳພັນລະຫວ່າງບຸກຄົນກັບລັດ ນິຕິສຳພັນລະຫວ່າງຄົນຊາດກັບລັດໃນດ້ນຕ່າງໆ ນັ້ນລ້ວນອາໄສສັນຊາດເປັນຮາກຖານ ຫາກປາສະຈາກສັນຊາດເສຍແລ້ວ ເຊັ່ນ: ຄົນບໍ່ມີສັນຊາດ ການກໍ່ຕັ້ງນິຕິສຳພັນລະຫວ່າງລັດກັບເອກະຊົນກໍອາດເກີດບັນຫາໄດ້ ເຊັ່ນ: ການໃຫ້ຄວາມຄຸ້ມຄອງທາງການທູດ( Diplomatic protection) ມີຫຼັກຢູ່ວ່າ ລັດທີ່ຈະໃຫ້ຄວາມຄຸ້ມຄອງທາງການທູດໄດ້ນັ້ນຈະຕ້ອງເປັນລັດເຈົ້າຂອງສັນຊາດຂອງບຸກຄົນນັ້ນ.
  • vສັນຊາດເປັນຂໍ້ຄວາມຄິດທາງກົດໝາຍທີ່ມະນຸດຄິດຄົ້ນຂຶ້ນ : ຂໍ້ນີ້ໝາຍຄວາມວ່າ ສັນຊາດບໍ່ແມ່ນເປັນສິ່ງທີ່ເກີດຂຶ້ນເອງຕາມທຳມະຊາດຫຼືມີມາແຕ່ເດິກດຳບັນ ອີກທັງສັນຊາດກໍບໍ່ແມ່ນກົດໝາຍທຳມະຊາດຫຼືກົດໝາຍຊາວບ້ານດ້ວຍ ແຕ່ສັນຊາດເປັນຂໍ້ຄວາມຄິດທາກົດໝາຍທີ່ເພິ່ງຈະເກີດຂຶ້ນໃນພາກພື້ນຢູໂຣບໃນສະຕະວັດທີ່ 19 ມານີ້ເອງ ຄວາມຄິດເລື່ອງສັນຊາດນີ້ເກີດຂຶ້ນຫຼັງຈາກທີ່ອິດທິພົນຂອງສາສະໜາຄຼິສໃນຢູໂຣບໄດ້ເສື່ອມສະຫຼາຍລົງ ໃນຊ່ວງເວລາທີ່ສາສະໜາຄຼິສຄອບງຳຢູໂຣບເປັນໄລຍະຫຼາຍສະຕະວັດ ການແບ່ງເປັນປະເທດຢ່າງທີ່ເຫນກັນທຸກວັນນີ້ຍັງບໍ່ເກີດຂຶ້ນ ແຕ່ທົ່ວພາກພື້ນຢູໂຣບກຳລັງຖືກຄອບງຳດ້ວຍຄວາມຄິດທີ່ວ່າ ຄວາມເປັນເອກະພາບ ກໍຄືທຸກຄົນຈົກຢູ່ພາຍໃຕ້ອານາຈັກຄຼິສຕຽນ ໃນເວລານັ້ນຍັງບໍ່ທັນມີປະເທດອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ສະເປນ ໆລໆ ທຸກຄົນເປັນຄົນຂອງສາສະໜາຄຼິສໝົດ ຫາກບຸກຄົນໃດກໍຕາມບໍ່ນັບຖືສາສະໜາຄຼິສແລ້ວກໍຕ້ອງຖືວ່າເປັນພວກນອກຮີດທີ່ເອີ້ນວ່າ: pagan ດັ່ງນັ້ນ ຄວາມຄິດເລື່ອງສັນຊາດຈຶ່ງບໍ່ຈຳເປັນຕ້ອງມີເພາະສາສະໜາຄຼິສໄດ້ເຮັດໃຫ້ທຸກຄົນຢູ່ພາຍໃຕ້ສາສະໜາຄຼິສຄືກັນ.ນອກຈາກສາສະໜາຄຼິສທີ່ເປັນອຸປະສັກບໍ່ໃຫ້ມີຄວາມຄິດເລື່ອງສັນຊາດແລ້ວ ລະບົບເສດຖະກິດໃນເວລານັ້ນກໍມີລັກສະນະເປັນສັກດີນາ ( feudalism) ອັນເປັນການຜູກຄິດບຸກຄົນໄວ້ກັບທີ່ດິນໂດຍບໍ່ຕ້ອງອາໄສສັນຊາດໄວ້ກັບຜູ້ປົກຄອງ.ກ່າວໂດຍສະຫຼຸບແລ້ວ ເມື່ອພິຈາລະນາທາງປະຫວັດສາດ ສັນຊາດເປັນສິ່ງທີ່ຫາກະເກີດຂຶ້ນຫຼັງຈາກທີ່ສາສະໜາຄຼິສເລື່ອມສົງແລະຢູໂຣບເລີ່ມເຂົ່າສູ່ຍຸກການສ້າງຊາດແລະຊາດນິຍົມ ເຊິ່ງຕ້ອງອາໄສສິ່ງໜຶ່ງມາທົດແທນສິ່ງທີ່ຢູ່ບົນພື້ນຖານທາງສາສະໜາ(ໂດຍຜ່ານທາງສາສະໜາຄຼິສ) ແລະເສດຖະກິດ (ໂດຍຜ່ານທາງທີ່ດິນ) ສັນຊາດຈຶ່ງເປັນເຄື່ອງສະແດງເຖິງຄວາມຜູກພັນຫຼືຄວາມຈົງຮັກພັກດີທາການເມືອງຕໍ່ລັດ.
  • vລັດອະທິປະໄຕເທົ່ານັ້ນທີ່ມີອຳນາດໃນການໃຫ້ສັນຊາດແກ່ບຸກຄົນ : ຄວາມຄິດເລື່ອງສັນຊາດເປັນສິ່ງທີ່ເກີດຂຶ້ນຄຽງຄູ່ກັບລັດສະໄໝໃໝ່ ໝາຍຄວາມວ່າລັດເທົ່ານັ້ນທີີ່ມີອຳນາດທີ່ຈະໃຫ່ສັນຊາດແກ່ບຸກຄົນໄດ້ ຫາກປາສະຈາກລັດສະໄໝໃໝ່ແລ້ວ ສັນຊາດກໍມີບໍ່ໄດ້ ໜ່ວຍການປົກຄອງທີ່ບໍ່ມີລັກສະນະເປັນລັດສະໄໝໃໝ່ເຊັ່ນ: ແຄວ້ນ, ອານາຈັກ ເຫຼົ່ານີ້ບໍ່ຈຳເປັນຕ້ອງຜູກຜູ້ຢູ່ໃຕ້ປົກຄອງດ້ວຍສັນຊາດ ແຕ່ອາດຜູກໄດ້ດ້ວຍວິທີອື່ນ.ນອກຈາກນີ້ແລ້ວ ຫຼັກທີ່ວ່າ ລັດເທົ່ານັ້ນທີ່ມີອຳນາດໃນການໃຫ້ສັນຊາດແກ່ບຸກຄົນ ຍ່ອມມີກົດໝາຍສັນຊາດເປັນກົດໝາຍມະຫາຊົນພາຍໃນຂອງລັດ ກ່າວອີກຢ່າງໜຶ່ງ ການໃຫ້ສັນຊາດກໍດີ, ການຖອນສັນຊາດກໍດີ, ການກັບຄືນສູ່ສັນຊາດເດີມກໍດີ ເປັນເຂດອຳນາດພາຍໃນຂອງແຕ່ລະລັດ ຫຼືເປັນກິດຈະກຳພາຍໃນຂອງແຕ່ລະປະເທດ ແຕ່ບໍ່ເປັນເລື່ອງຂອງກົດໝາຍລະຫວ່າງຊາດສາກົນ ພຽງແຕ່ກົດໝາຍລະຫວ່າງຊາດຮັບຮອງວ່າການໃຫ້ສັນຊາດ(ໂດຍການເກີດ) ນັ້ນເປັນສິດຫຼືອຳນາດຂອງແຕ່ລະລັດວ່າຈະເລືອກໃຊ້ຫຼັກໃດຫຼືທັງສອງຫຼັກ(ຫຼັກດິນແດນ ແລະ ຫຼັກສາຍເສືອດ)ຄວບຄູ່ກັນໄປກໍໄດ້ ເຫດຜົນອີກປະການໜຶ່ງທີ່ສະໜັບໜູນວ່າ ກົດໝາຍສັນຊາດນັ້ນເປັນກົດໝາຍພາຍໃນຂອງລັດກໍຄື: ບັນຫາຂອງຄົນມີສອງສັນຊາດ ສາເຫດຂອງບັນຫານີ້ເກີດຂຶ້ນເພາະວ່າ ຫຼັກເກນການໃຫ້ສັນຊາດຂອງແຕ່ລະປະເທດບໍ່ຄືກັນ ສຸດແລ້ວແຕ່ວ່າກົດໝາຍຂອງປະເທດໃດຈະກຳນົດໃຊ້ຫຼັກເກນໃດໃນການໃຫ້ສັນຊາດ ກົດໝາຍລະຫວ່າງຊາດບໍ່ໄດ້ບັງຄັບຫຼືກຳນົດຫຼັກເກນຕາຍຕົວໃຫ້ແກ່ລັດຕ່າງໆ ກົງກັນຂ້າມ ກົດໝາຍລະຫວ່າງຊາດກັບປ່ອຍໃຫ້ເປັນອຳນາດອະທິປະໄຕຫຼືດຸນພິນິດຂອງລັດທີ່ຈະກຳນົດຫຼັກເກນຫຼືເງື່ອນໄຂຂອງການໄດ້ສັນຊາດ ດັ່ງນັ້ນ ຫຼັກເກນທີ່ລັດໃຊ້ໃນການໃຫ້ສັນຊາດບຸກຄົນທຳມະດາຈຶ່ງມີຄວາມຫຼາກຫຼາຍ ໂດຍບໍ່ມີຄວາມເປັນເອກະພາບກັນ. ສາສະດາຈານ ນິບົວເຢ ( Niboyet) ໄດ້ແຍກປະເພດເກນທີ່ລັດໃຊ້ໃນການໃຫ້ສັນຊາດເຖິງສີ່ປະເພດຄື : ປະເພດທຳອິດ ຖືຫຼັກສາຍເລືອດຢ່າງເຄັ່ງຂັດ, ປະເພດທີ່ສອງຖືຫຼັກດິນແດນຢ່າງເຄັ່ງຂັດ, ປະເພດທີ່ສາມຖືຫຼັກດິນແດນແລະຫຼັກສາຍເລືອດປະປົນກັນ ແລະປະເພດສຸດທ້າຍຖືຫຼັກດິນແດນແລະຫຼັກສາຍເລືອກເທົ່າທຽມກັນ.ຍິ່ງໄປກວ່ານັ້ນ ເຖິງກົດໝາຍພາຍໃນຂອງປະເທດທີ່ຍອມຮັບຫຼັກສາຍເລືອດກໍຍັງມີຄວາມແຕກຕ່າງກັນອີກ ກໍຄື: ໂດຍປົກກະຕິແລ້ວ ກົດໝາຍສັນຊາດຂອງພາກພື້ນຢູໂຣບຈະຍອມຮັບຫຼັກສາຍເລືອດບິດາ(ພໍ່) ເຊິ່ງໄດ້ຮັບອິດທິພົນຈາກກົດໝາຍໂຣມັນທີ່ວ່າ ຜູ້ຊາຍຫຼືບິດາເປັນຫົວໜ້າຄອບຄົວ ໃນຂະນະທີ່ບາງປະເທດ ຖືຫຼັກສາຍເລືອດບິດາເປັນຫຼັກ ສ່ວນຫຼັກສາຍເລືອດມານດາ(ແມ່)ເປັນສຳຮອງ. ກົດໝາຍສັນຊາດມີຄວາມແຕກຕ່າງກັນໄປສຸດແລ້ວແຕ່ວ່າກົດໝາຍພາຍໃນຂອງແຕ່ລະປະເທດຈະກຳນົດຢ່າງໃດ.ກ່າວໂດຍສະຫຼຸບແລ້ວ ການພິຈາລະນາປະເດັນເລື່ອງການກຳນົດສັນຊາດກໍດີ, ການເສຍສັນຊາດກໍດີ ຈະຕ້ອງພິຈາລະນາຕາມກົດໝາຍສັນຊາດຂອງປະເທດນັ້ນໆ ເປັນຫຼັກ ເຊັ່ນ: ກົດໝາຍ ສັນຊາດຂອງ ສປປ ລາວກໍກຳນົດເຖິງການໄດ້ແລະເສຍສັນຊາດຂອງ ລາວເທົ່ານັ້ນ ຈະກ່າວເຖິງການໄດ້ແລະເສຍສັນຊາດຂອງປະເທດອື່ນບໍ່ໄດ້ ທຳນອງດຽວກັນ ກົດໝາຍສັນຊາດຂອງປະເທດອື່ນກໍຈະບັນຍັດການໄດ້ແລະການເສຍສັນຊາດລາວບໍ່ໄດ້ເຊັ່ນກັນ.ອີກຢ່າງໜຶ່ງ ມີຂໍ້ຄວນລະວັງ ສັນຊາດທີ່ໃຫ້ແກ່ເອກະຊົນນັ້ນຈະມີຜົນໃຊ້ກັບປະເທດທີ່ສາມໃນລະດັບລະຫວ່າງປະເທດຫຼືບໍ່ຖືກລັດອື່ນຂັດຄ້ານໄດ້ກໍຕໍ່ເມື່ອສອດຄ້ອງກັບກົດໝາຍລະຫວ່າງປະເທດເທົ່ານັ້ນ ເຊັ່ນ: ລັດບໍ່ສາມາດໃຫ້ສັນຊາດແກ່ຄົນຕ່າງດ້າວພຽງເພາະວ່າຄົນຕ່າງດ້າວຜູ້ນັ້ນໄດ້ເດີນທາງຜ່ານຫຼືຢຸດແວ່ຊົ່ວຄາວໃນລັດນັ້ນ ຫຼັກກົດໝາຍຂໍ້ນີ້ໄດ້ຮັບການຢືນຢັນທັງໃນອະນຸສັນຍາ, ຄຳພິພາກສາຂອງສານໂລກ ລວມທັງຕຳລາຂອງນັກນິຕິສາດ.ແຕ່ທີ່ສຳຄັນ ອົງການລະຫວ່າງປະເທດກໍບໍ່ມີອຳນາດທີ່ຈະໃຫ້ສັນຊາດແກ່ພະນັກງານອົງການລະຫວ່າງປະເທດຂອງຕົນດ້ວຍ.