ວິຊາກົດຫມາຍສັນຊາດ

ສອນໂດຍ: ອຈ ບຸນມີ ລາດຊະມີໄຊ

ລວບລວມບົດຮຽນໂດຍ: ນາງ ທິບດາພອນ ຫອມສົມບັດ

ບົດທີ1

ຄວາມຮັບຮູ້ທົ່ວໄປກ່ຽວກັບກົດຫມາຍສັນຊາດ

I. ຄວາມຮັບຮູ້ທົ່ວໄປ

1 ຄວາມຫມາຍຂອງ "ສັນຊາດ"

ຈາກພົດຈະນານຸກົມ ກົດຫມາຍຂອງຝຣັ່ງເສດ ໄດ້ໃຫ້ຄວາມຫມາຍທີ່ຈຳກັດ ຂອງຄຳວ່າ"ສັນຊາດ" ເອົາໄດ້ໂດຍກຳນົດໄວ້ວ່າ ຫມາຍເຖິງຄວາມຜູກພັນທາງດ້ານກົດຫມາຍ ແລະ ການເມືອງ ທີ່ບຸກຄົນມີຕໍ່ລັດຢ່າງສະຫນິດແຫນ້ນ, ຄວາມຜູກພັນທີ່ລັດເປັນຜູ້ກຳນົດຮັບຮອງ ໂດຍການອອກກົດຫມາຍໂດຍຄຳນຶງເຖິງ ຄວາມໃກ້ຊິດ ຄວາມຜູກພັນທີ່ບຸກຄົນມີຕໍ່ລັດເຈົ້າຂອງສັນຊາດ ຫລາຍກວ່າລັດອຶ່ນໃດ ແລະ ຜົນແຫ່ງຄວາມຜູກພັນນີ້ ໄດ້ເຮັດໃຫ້ບຸກຄົນດັ່ງກ່າວເກີດມີ ພາລະຫນ້າທີ່ ຫລື ພັນທະ ທີ່ຈະມີຕໍ່ລັດ ໃນຖານະເປັນຄົນຊາດ ແລະ ໃນຂະນະດຽວກັນ ລັດກໍ່ມີສິດທີ່ຈະປົກປ້ອງຄຸ້ມຄອງ ແລະ ມີສິດຮຽກຮ້ອງແທນບຸກຄົນນັ້ນ ຫາກບຸກຄົນດັ່ງກ່າວ ໄດ້ຮັບຄວາມເສຍຫາຍ ຈາກການກະທຳຂອງລັດອຶ່ນ ໂດຍເປັນໄປຕາມຫລັກກົດຫມາຍສາກົນ.

ສາດສະດາຈານ Batiffol ເຊິ່ງເປັນຄົນສຳຄັນທີ່ມີຊື່ສຽງ ໃນມະຫາວິທະຍາໄລປາຣີດ ຜູ້ຊ່ຽວຊານວິຊາການກົດຫມາຍລະຫວ່າງປະເທດ ໄດ້ໃຫ້ຄຳນິຍາມຂອງສັນຊາດເອົາໄວ້ວ່າ: ສັນຊາດຫມາຍເຖິງ ຄວາມຜູກພັນທາງດ້ານກົດຫມາຍ ຂອງບຸກຄົນໃນຖານະທີ່ເປັນພົນລະເມືອງ ທີ່ເປັນອົງປະກອບທີ່ສຳຄັນຂອງລັດ ( L'appartenace juridique d'une personne a la population constitutive d'un Etat)

ໃນຕຳລາກົດຫມາຍລະຫວ່າງຊາດ ຜະແນກຄະດີເມືອງ ໄດ້ອະທິບາຍວ່າ ອົງປະກອບຢ່າງຫນື່ງຂອງຄວາມເປັນລັດຄື ພົນລະເມືອງຫລື ປະຊາກອນ. ພົນລະເມືອງຫລືປະຊາກອນນີ້ ຖ້າເບີ່ງໂດຍລວມແລ້ວກໍ່ຄື ຄົນຊາດທັງຫມົດ. ດັ່ງນັ້ນ ສັນຊາດຈື່ງປຽບເຫນືອນ ສິ່ງທີ່ເຊື່ອມໂຍງບຸກຄົນໃນຊາດທັງຫມົດ ໃຫ້ເຂົ້າມາຜູກພັນກັບລັດ. ສັນຊາດຈື່ງເປັນເຄື່ອງມືຜູກພັນບຸກຄົນ ເຂົ້າມາເປັນສະມາຊິກຂອງລັດນັ້ນໆ

ຄຳພິພາກສານຍຸຕິທຳລະຫວ່າງປະເທດ ໃນຄະດີ Nottebohm ໄດ້ໃຫ້ຄຳຈຳກັດຂອງຄຳວ່າສັນຊາດໄວ້ວ່າ:

"ຕາມຫລັກປະຕິບັດຂອງລັດ ຕາມຫັລກປະຕິບັດຂອງຄຳພິພາກສາຂອງສານ ແລະ ຄຳຕັດສິນຂອງອະນຸຍາໂຕຕຸລາການ ຕະຫລອດຈົນຄວາມຄິດຂອງນັກຂຽນ (ນັກນິຕິສາດ) ສັນຊາດເປັນສິ່ງທີ່ຜູກພັນທາງດ້ານກົດຫມາຍ ອັນມີຮາກຖານຈາກຄວາມຜູກພັນຮ່ວມກັນໃນສັງຄົມ, ຜົນປະໂຫຍດ ແລະ ຄວາມຮູ້ສຶກຮ່ວມກັນ ອັນກໍ່ໃຫ້ເກີດສິດຫນ້າທີ່ຊື່ງມີຕໍ່ກັນແລະກັນ"

Harvard Law Research ໄດ້ພະຍາຍາມໃຫ້ຄຳຈຳກັດຄວາມຂອງສັນຊາດເອົາໄວ້ໃນ Draft Convention on Nationality ໂດຍຖືວ່າ ສັນຊາດເປັນຖານະຂອງບຸກຄົນຊື່ງຜູກພັນກັບລັດ ໂດຍອາໄສຄວາມຊື່ສັດ ຄວາມຈົງຮັກພັກດີ ( The status of natural person who is attached to a state by the tie of allegiance). ໃນຂະນະດຽວກັນກໍ່ເປັນທີ່ຫນ້າສັງເກດວ່າ ຄຳວ່າ ຊື່ສັດ ຈົງຮັກພັກດີ ອາດຫມາຍເຖີງພັນທະກໍລະນີ ຫລື ຫນ້າທີ່ທີ່ຈະຕ້ອງມີຕໍ່ລັດທີ່ຕົນສັງກັດຢູ່.

ຈາກການພິຈາລະນາຄໍາຈໍາກັດຕ່າງໆ ຂ້າງເທິງນັ້ນພໍສະຫລຸບລັກສະນະສໍາຄັນຂອງສັນຊາດໄດ້ດັ່ງນີ້.

1). ສັນຊາດເປັນຄວາມຜູກພັນທາງກົດຫມາຍທີ່ລັກໃຊ້ຜູກພັນກັບຄົນເຂົ້າໄວ້ໃນລັດ(legal bond,Lien juridique) ຄວາມຜູກພັນທີ່ວ່ານີ້ຫມາຍເຖິງການຜູກມັດໃນທາງກົດຫມາຍທີ່ຈະຜູກມັດທີ່ຈະຜູກມັດບຸກຄົນໃຫ້ເຂົ້າມາສັງກັດຢູ່ພາຍໃນລັດ ກົດຫມາຍລະຫວ່າງປະເທດໄດ້ບັນຍັດຮັບຮອງສິດທິຂອງລັດໃນຂໍ້ນີ້ໂດຍຖືວ່າການກໍານົດເງື່ອນໄຂຕ່າງໆໃນເລື່ອງສັນຊາດເປັນເຂດອໍານາດພາຍໃນຂອງລັດ(domestic Jurisdic-tion) ເມື່ອລັດມີອໍານາດອະທິປະໄຕ ລັດສາມາດອອກກົດຫມາຍໃດໆກໍໄດ້ຕາບໃດທີ່ບໍ່ຂັດກັບກົດຫມາຍລະຫວ່າງປະເທດ ລັດສາມາດອອກກົດຫມາຍການໄດ້ມາ ຫລື ການໄປຂອງສັນຊາດຂອງບຸກຄົນ ລັດເປັນຜູ່ເລືອກທີ່ຈະໃຫ້ ຫລື ບໍ່ໃຫ້ບຸກຄົນໃດມາຜູກພັນກັບຕົນ ການສ້າງຄວາມຜູກພັນລະຫວ່າງລັດກັບບຸກຄົນໂດຍອາໃສສັນຂາດເປັນເຄື່ອງມືນີ້ ເປັນຄວາມຜູກພັນທາງດ້ານກົດຫມາຍມະຫາຊົນ ( A tie of public law to the state) ຄວາມຜູກພັນເຊັ່ນນີ້ບໍ່ແມ່ນສາຍພົວພັນທາງແພ່ງ ທີ່ຈະຕ້ອງວາງຢູ່ບົນຮາກຖານຄວາມສະເຫມີພາບຂອງຄູ່ກໍລະນີ ກ່າວອີກຢ່າງຫນຶງລັດເປັນຜູ່ໃຫ້ສັນຊາດແກ່ບຸກຄົນ ລັດໃຊ້ອໍານາດເຫນືອບຸກຄົນ ບໍ່ແມ່ນສາຍພົວພັນ (ຄືບໍ່ແມ່ນນິຕິກໍາ ແລະ ນິຕິເຫດ) ດັ່ງນັ້ນ, ສັນຊາດຈຶ່ງປຽບເຫມືອນເຄື່ອງມືທີ່ລັດຈະໃຊ້ເພື່ອຜູກພັນງຸກຄົນໃຫ້ມີຄວາມສໍາພັນຢ່າງໃກ້ຊິດກັບລັດນັ້ນເອງ

2). ຄວາມສໍາພັນທີ່ບຸກຄົນມີຕໍ່ລັດເປັນເງື່ອນໄຂສໍາຄັນຂອງແນວຄິດກ່ຽວກັບສັນຊາດ ວ່າການທີ່ໃຫ້ບຸກຄົນໃດຈະມີສັນຊາດໃດ ບຸກຄົນນັ້ນຕ້ອງມີຄວາມໃກ້ຂິດກັຍລັດນັ້ນ ຄວາມຜູກພັນທາງດ້ານການເມືອງ,ທາງດ້ານຈິດໃຈ, ວັດທະນາທໍາ,ພາສາ ລ້ວນແລ້ວແຕ່ເປັນປັດໄຈຂອງຄວາມຜູກພັນ ຂອງບຸກຄົນຕໍ່ລັດມັງນັ້ນ , ອີກປະການຫນຶ່ງ ຄື ປັດໄຈຫລາຍໆປັດໄຈເຮັດໃຫ້ບຸກຄົນເຂົ້າຮ່ວມກັນໃນສັງຄົມ ແລະ ພ້ອມທີ່ຈະປົກປ້ອງຮັກສາຜົນປະໂຫຍດຮ່ວມກັນ ແລະ ມີຄວາມຈົງຮັກພັກດີຕໍ່ປະເທດ ຫລື ລັດທີ່ຕົນສັງກັດຢູ່ໂດຍບໍ່ຈໍາເປັນວ່າຕົນຈະຕ້ອງມີພູມລໍາເນົາ ຫລື ຖິ່ນຖານຢູ່ໃນລັດນັ້ນໆ ແຕ່ການທີ່ຈະຮູ້ໄດ້ວ່າຜູ່ໃດມີຄວາມຜູກພັນຕໍ່ລັດ ຫລື ບໍ່ ນັ້ນເປັນເລື່ອງຍາກ ດັ່ງນັ້ນ ບັນດາປະເທດຕ່າງໆ ໃນໂລກຈຶ່ງມັກຈະກໍານົດກົດເກນ ຂອງຄວາມຜູກພັນບຸກຄົນທີ່ມີຕໍ່ລັດໂດຍອາໃສຫລັກດິນແດນ( jus soli) ກັບຫລັກສາຍເລືອດ ( jus sanguinis) ເປັນກົດເກນສໍາຄັນໃນການໄດ້ສັນຊາກໂດຍກໍາເນີດ

3).ຜົນແຫ່ງຄວາມຜູກພັນທີ່ບຸກຄົນມີຕໍ່ລັດ ເຮັດໃຫ້ບຸກຄົນມີຫນ້າທີ່ ຈະຕ້ອງປະຕິບັດຕໍ່ລັດ ໂດຍທີ່ກົດຫຍາຍຈະລະບຸເຖິງສິດ ແລະ ຫນ້າທີ່ ໃນຖານະທີ່ບຸກນັ້ນມີສັນຊາກຂອງລັດນັ້ນໆ ໃນຄະນະດຽວກັນລັດກໍມີຫນ້າທີ່ຕາມກົດຫມາຍລະຫວ່າງປະເທດທີ່ຈະຕ້ອງປົກປ້ອງຄົນຂອງຊາດຕົນ ເມື່ອຄົນໃນຊາດໄດ້ຮັບຄວາມເສຍຫາຍຈາກການກະທໍາຂອງລັດອື່ນ ການປົກປ້ອງຄົນໃນຊາດຫມາຍເຖິງ ການໃຫ້ຄວາມຄຸ້ມຄອງແກ່ບຸກຄົນທີ່ມີສັນຊາດຂອງລັດນັ້ນເອງ ກົດຫມາຍລະຫວ່າງປະເທດພະແນກຄະດີເມືອງຖືວ່າ ການໃຫ້ຄວາມຄຸ້ມຄອງ ແລະ ປົກປ້ອງຄົນໃນຊາດເປັນຫນ້າທີ່ຢ່າງຫນຶ່ງຂອງລັດທີ່ກົດຫມາຍໄດ້ລະບຸຮັບຮອງໄວ້.

4). ຄໍາຈໍກັດຄວາມຂອງສັນບາດໃນແງ່ມຸມຂອງກົດຫມາຍລະຫວ່າງປະເທດພະແນກຄະດີບຸກຄົນ ກົດຫມາຍລະຫວ່າງປະເທດພະແນກຄະດີເມືອວ ແລະ ກົດຫມາຍພາຍໃນຂອງແຕ່ລະລັດ ອາດມີມຸມມອງທີ່ຄ້ານຄືກັນ ແຕ່ຈະເນັ້ນຄວາມສໍາຄັນຂອງສັນຊາດແຕກຕ່າງກັນອອກໄປ ກົດຫມາຍລະຫວ່າງປະເທດພະແນກຄະດີເມືອງ ເປັນກົດຫມາຍທີ່ກໍານົດຄວາມສໍາພັນລະຫວ່າງລັດ ຫລື ລັດກັບອົງການຈັດຕັ້ງລະຫວ່າງປະເທດ, ປະຊາກອນ ຖືວ່າເປັນອົງປະກອບຢ່າງຫນຶ່ງຂອງຄວາມເປັນລັດ ກົດຫມາຍລະຫວ່າງປະເທດພະແນກຄະດີເມືອງຈຶ່ງເນັ້ນວ່າສັນຊາດເປັນເຄື່ອງຜູກພັນບຸກຄົນໃຫ້ເຂົ້າກັບດິນແດນເພື່ອເຮັດໃຫ້ເກີດລັດ ໃນທັດສະນະຂອງກົດຫມາຍລະຫວ່າງປະເທດພະແນກຄະດີເມືອງ ລັດຈຶ່ງມີອໍານາດເດັດຂາດແຕ່ພຽງຜູ່ດຽວ ແລະ ມີອໍານາດເຕັມທີ່ ທີ່ຈະກໍານົດເງື່ອນໄຂກ່ຽວກັບສັນຊາດຂອງຕົນໃນເລື່ອງການໄດ້ມາ, ການເສຍໄປຂອງສັນຊາດ ນອກຈາກນັ້ນສັນຊາດກໍຍັງເຮັດຫນ້າທີ່ ທີ່ຈະແບ່ງບຸກຄົນໃນທາງລະຫວ່າງປະເທດອີກດ້ວຍ ວ່າບຸກຄົນໃດສັງກັດໃນລັດໃດ, ລັດໃດເປັນຜູ່ໃຊ່ອໍານາດເຫນືອບຸກຄົນ (personal jurisdiction) ໃນກໍລະນີທີ່ຍຸກຄົນຢູ່ພາຍໃນດິນແດນເຈົ້າຂອງສັນຊາດ, ລັດເຈົ້າຂອງສັນຊາດຍ່ອມໃຫ້ອໍານາດລັດເຫນືອດິນແດນ. (Territorial jusdiction) ໄດ້ຢ່າວເຕັມທີ່ຢູ່ແລ້ວ ແຕ່ຖ້າບຸກຄົນຢູ່ພາຍນອກດິນແດນຂອງລັດເຈົ້າຂອງສັນຊາດ ແລະ ໄປຢູ່ດິນແດນຂອງລັດອື່ນ ແລະ ຢູ່ໃຕ້ອໍານາດເຫນືອດິນແດນຂອງລັດອື່ນ ກົດຫມາຍຈໍາເປັນຈະຕ້ອງກຳນົດ ຈຳແນກໃຫ້ຮູ້ວ່າບຸກຄົນໃດສັງກັດຢູ່ໃດລັດໃດ ແລະ ກໍ່ໃຫ້ເກີດຜົນອັນໃດ ອັນເປັນພາລະໃຫ້ແກ່ລັດຜູ້ເປັນເຈົ້າຂອງສັນຊາດ ທີ່ຈະຕ້ອງເບີ່ງແຍງ ຄຸ້ມຄອງຄົນພາຍໃນຊາດ ແຕ່ກົດຫມາຍລະຫວ່າງປະເທດຜະແນກຄະດີບຸກຄົນ ສະເພາະຫລັກເກນວ່າດ້ວຍ ການຂັດກັນແຫ່ງກັນແຫ່ງກົດຫມາຍ ມີເປົ້າຫມາຍທີ່ແຕກຕ່າງກັນ ຈາກກົດຫມາຍລະຫວ່າງຊາດປະແນກຄະດີເມືອງ ເພາະກົດຫມາຍສາຂານີ້ຫມາຍເຖິງກົດຫມາຍລະຫວ່າງຊາດຜະແນກບຸກຄົນ ມຸ້ງເນັ້ນທີ່ຈະພິຈາລະຮາເຖິງຄວາມສຳພັນລະຫວ່າງເອກະຊົນ ໃນທາງແພ່ງ ແລະ ການຄ້າ ທີ່ມີອົງປະກອບຕ່າງຊາດເປັນສ່ວນສຳຄັນ ສັນຊາດຈື່ງເປັນຈຸດກ່ຽວເນື່ອງ ຈຸດຫນື່ງ ທີ່ມີຄວາມສຳຄັນເປັນການບົ່ງບອກເຖິງຄວາມສຳພັນອັນໃກ້ຊິດຂອງຄົນກັບລັດ ໃນຫລັກເກນວ່າ ການຂັດກັນຂອງກົດຫມາຍ ສັນຊາດເປັນຈຸດເກາະກ່ຽວທີ່ສຳຄັນ ກ່ຽວກັບສະຖານະພາບ ແລະ ຄວາມສາມາດຂອງບຸກຄົນຫລື ຖືວ່າ ສະຖານະພາບ ແລະ ຄວາມສາມາດຂອງບຸກຄົນໃກ້ຊິດທີ່ສຸດກັບລັດເຈົ້າຂອງສັນຊາດ ໃນສ່ວນແງ່ຂອງກົດຫມາຍພາຍໃນນັ້ນ ກົດຫມາຍລະຫວ່າງຊາດຜະແນກຄະດີເມືອງ ໄດ້ມອບຫມາຍໃຫ້ລັດເປັນຜູ້ກຳນົດເງື່ອນໄຂ ກ່ຽວກັບສັນຊາດຂອງຕົນ ດັ່ງນັ້ນ ກົດຫມາຍພາຍໃນຈື່ງກຳນົດແນວຄວາມຄິດ ຂອງສັນຊາດຫລາກຫລາຍອອກ ແລ້ວແຕ່ຄວາມຕ້ອງການພາຍໃນຂອງສັງຄົມຂອງຕົນ ແຕ່ຖ້າກ່າວໂດຍລວມແລ້ວ ສັນຊາດທີ່ປະກົດຢູ່ໃນກົດຫມາຍພາຍໃນ ມັກອອກມາໃນແນວທາງຫລືທິດທາງ ທີ່ກຳນົດຄວາມສຳພັນລະຫວ່າງບຸກຄົນກັບລັດ ກຳນົດເງື່ອນໄຂຂອງການໄດ້, ການເສຍ, ການກັບຄືນສັນຊາດ ແລະ ອຶ່ນໆ

ສະຫລຸບແລ້ວ ກົດຫມາຍລະຫວ່າງຊາດຜະແນກຄະດີເມືອງ ເຫັນວ່າ ສັນຊາດເປັນເຄື່ອງຜູກພັນບຸກຄົນໃຫ້ເຂົ້າກັບລັດ ກົດຫມາຍລະຫວ່າງຊາດ ຜະແນກຄະດີບຸກຄົນ ຖືວ່າສັນຊາດຜູກພັນກັບບຸກຄົນ ໃຫ້ເຂົ້າກັບລັດ ແຕ່ເນັ້ນວ່າສັນຊາດເປັນເຄື່ອງຈຳແນກ ເອກະຊົນລະຫວ່າງປະເທດ ແລະ ເປັນຈຸດເກາະກ່ຽວທີ່ສຳຄັນທີ່ສະແດງໃຫ້ເຫັນເຖິງ ຄວາມກ່ຽວພັນທີ່ໃກ້ຊິດຂອງບຸກຄົນກັບລັດ ສ່ວນກົດຫມາຍພາຍໃນຂອງລັດຕ່າງໆ ຍ່ອມກຳນົດສັນຊາດຕາມຄວາມຕ້ອງການຂອງຕົນ ແຕ່ດຳນົດໃຫ້ບຸກຄົນເຂົ້າຜູກພັນຕໍ່ລັດ ໂດຍເງື່ອນໄຂຕ່າງອອກໄປ

ການສຶກສາເລື່ອງສັນຊາດ ມັນຈະກ່ຽວພັນກັບກົດຫມາຍສອງລະບົບຢ່າງຫລີກຫລຽງບໍ່ໄດ້ ຄື ກົດຫມາຍລະຫວ່າງຊາດ ແລະ ກົດຫມາຍພາຍໃນ ດັ່ງນັ້ນ ຈື່ງຈຳເປັນທີ່ຈະພິຈາລະນາສັນຊາດໃນທັດສະນະຂອງຂອງ ກົດຫມາຍລະຫວ່າງປະເທດ ແລະ ສັນຊາດຕາມກົດຫມາຍຂອງປະເທດຕົນ.

2. ຄວາມຫມາຍຂອງ ສັນຊາດຕາມກົດຫມາຍວ່າດ້ວຍສັນຊາດ ຂອງ ສປປ ລາວ

ຕາມມາດຕາ 2ຂອງກົດຫມາຍວ່າດ້ວຍສັນຊາດ ຂອງ ສປປ ລາວ ສະບັບເລກທີ 05/ສພຊ ລົງວັນທີ 17 ພຶດສະພາ 2004 ໄດ້ກຳນົດໄວ້ວ່າ ສັຍຊາດແມ່ນ ສາຍກ່ຽວພັນທີ່ສພຝະຫນິດແຫນ້ນທາງດ້ານການເມືອງ ແລະ ກົດຫມາຍ ລະຫວ່າງບຸກຄົນກັບລັດ ສປປ ລາວ ເຊິ່ງສະແດງເຖິງສິດ ແລະ ພັນທະຂອງພົນລະເມືອງລາວ ຕໍ່ລັດ ສປປ ລາວ, ສິດ ແລະ ຄວາມຮັບຜິດຊອບຂອງລັດ ສປປ ລາວ ຕໍ່ພົນລະເມືອງລາວ

ຜູ້ທີ່ມີສັນຊາດລາວ ຖືວ່າເປັນພົນລະເມືອງລາວ

ທັງຫມົດທີ່ກ່າວມາຂ້າງເທິງນັ້ນລ້ວນແລ້ວແຕ່ແມ່ນຄວາມຫມາຍຂອງສັນຊາດ ບໍ່ວ່າຈະເປັນການໃຫ້ຄວາມຫມາຍຕາມກົດຫມາຍສາກົນ ແລະ ຕາມກົດຫມາຍຂອງ ສປປ ລາວ ຫລືວ່າ ການໃຫ້ຄວາມຫມາຍຂອງ ນັກນິຕິສາດທີ່ມີຊື່ສຽງ ກໍ່ລ້ວນແລ້ວແຕ່ໃຫ້ຄວາມຫມາຍທີ່ຄ້າຍຄືກັນ ແຕ່ສ່ວນທີ່ແຕກຕ່າງກັນແມ່ນ ການກຳນົດໃຫ້ສັນຊາດ, ການເສຍສັນຊາດຂອງແຕ່ລະປະເທດແມ່ນມີຄວາມແຕກຕ່າງກັນອອກໄປ