ຄຳວ່າການບໍ່ສົມບູນຂອງສົນທິສັນຍາເຊິ່ງບັນຍັດໄວ້ໃນສັນຍາກຸງວຽນນາວ່າດ້ວຍກົດໝາຍສົນທິສັນຍາ 1969 ມີ 2 ຄວາມໝາຍຄື:

ຄວາມໝາຍປະການທີ່ໜຶ່່ງ ໝາຍເຖິງກໍລະນີທີ່ສົນທິສັນຍານັ້ນ ເປັນໂມຄະແຕ່ຫົວທີຍ້ອນການຂົມຂູ່ເຊັ່ນ: ໃນກໍລະນີຂອງການເຮັດສັນຍາ ເຊິ່ງເກີດຂຶ້ນຈາກການຂົ່ມຂູ່ຫຼືການບັງຄັບໃຊ້ກຳລັງ, ເຊິ່ງຖືວ່າເປັນການລະເມີດຫຼັກການກົດໝາຍລະຫວ່າງຊາດ ທີ່ປະມວນໄວ້ໃນກົດບັດສະຫະປະຊາຊາດ. ໃນຂະນະທີ່, ມາດຕາ 52 ຂອງສັນຍາກຸງວຽນນາວ່າດ້ວຍກົດໝາຍສົນທິສັນຍາ 1969 ຊຶ່ງກຳນົດ: ໃຫ້ຖືວ່າເປັນໂມຄະຊຶ່ງສົນທິສັນຍາໃດທີ່ໄດ້ເຮັດຂຶ້ນດ້ວຍການນາບຂູ່ຫຼືດ້ວຍການໃຊ້ກຳລັງທີ່ລະເມີດຕໍ່ຫຼັກການຂອງກົດໝາຍລະຫວ່າງປະເທດຕາມທີ່ໄດ້ບົ່ງໄວ້ໃນກົດບັດ ສປຊ ແລະການເຮັດສົນທິສັນຍາໂດຍຂັດກັບຫຼັກການກົດໝາຍເດັດຖານ ແຫ່ງກົດໝາຍລະຫວ່າງປະເທດ ແລະມາດຕາ 53 ຂອງສັນຍາດຽວກັນບັນຍັດ: ໃຫ້ຖືວ່າເປັນໂມຄະ ໃນເວລາກະທຳສົນທິສັນຍາ ສົນທິສັນຍານັ້ນຫາກຂັດກັບຫຼັກການບັງຄັບຂອງກົດໝາຍລະຫວ່າງຊາດທົ່ວໄປ. ສຳລັບ ຈຸດປະສົງຂອງສັນຍາສະບັບນີ້, ຫຼັກການບັງຄັບຂອງກົດໝາຍລະຫວ່າງປະເທດທົ່ວໄປແມ່ນຫຼັກການອັນເປັນທີ່ຮັບຮູ້ແລະຍອມມຮັບນັບຖື ຈາກວົງຄະນະຍາດສາກົນ ຈາກບັນດາລັດພາຄີທັງໝົດວ່າ ເປັນການຊຶ່ງບໍ່ອະນຸຍາດໃຫ້ລີກລ້ຽງໄດ້ຢ່າງເດັດຂາດ. ແຕ່ວ່າ, ທຸກການບັງຄັບນັ້ນ ອາດສາມາດດັດແປງໄດ້ດ້ວຍຫຼັກການອັນໃໝ່ຂອງກົດໝາຍລະຫວ່າງປະເທດໂດຍທົ່ວໄປທີ່ມີເນື້ອໃນດັ່ງດຽວກັນ ເທົ່ານັ້ນ.

ຄວາມໝາຍອີກອັນໜຶ່ງ, ຄຳວ່າການບໍ່ສົມບູນອາດຈະໝາຍເຖິງການເປັນໂມຄະກ່ຽວກັບການໃຫ້ຄວາມຍິນຍອມຂອງລັດ ເພື່ອຜູກພັນຕາມສົນທິສັນຍາ. ໃນກໍລະນີນີ້ ໂດຍປົກກະຕິແລ້ວຈະບໍ່ເຮັດໃຫ້ສົນທິສັນຍານັ້ນ ເປັນໂມຄະຄືກັນກັບກໍລະນີຫຼືຄວາມໝາຍທີ່ກ່າວມາໃນເບື້ອງຕົ້ນ ແຕ່ຈະເປີດໃຫ້ລັດພາຄີຂອງສົນທິສັນຍາ ຊຶ່ງໃຫ້ຄວາມຍິນຍອມເພຶ່ອຜູກພັນຕາມສົນທິສັນຍາ ໂດຍບໍ່ມີຄວາມຂັດຂ້ອງຫຼືໂດຍບໍ່ມີການຂາດຕົກບົກພ່ອງຢ່າງໃດຢ່າງໜຶ່ງທີ່ຈະຍົກເອົາເຫດຜົນຄືດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ມາເປັນຂໍ້ອ້າງໄດ້ວ່າການໃຫ້ຄວາມຍິນຍອມຂອງຕົນ ເພື່ອຜູກພັນຕາມສົນທິສັນຍານັ້ນ ເປັນຄວາມສົນບູນ. ດັ່ງນັ້ນ ສົນທິສັນຍາ ຈຶ່ງບໍ່ມີຄວາມຜູກພັນລັດ ດັ່ງກ່າວ.

ໃນກໍລະນີຂອງການໃຫ້ຄວາມຍິນຍອມຂອງລັດ ເພື່ອຜູກພັນຕາມສົນທິສັນຍາ ເຊິ່ງເປັນການຂັດກັບບົດບັນຍັດ ແລະລະເມີດກົດໝາຍພາຍໃນຂອງລັດຢ່າງແຈ່ມແຈ້ງ ແລະເປັນກົດໝາຍທີ່ມີຄວາມສຳຄັນຢ່າງຍິ່ງ ໂດຍອີງຕາມມາດຕາ 46(1) ຊຶ່ງບັນຍັດວ່າ: ລັດບໍ່ສາມາດຍິບຍົກເອົາການຍິນຍອມ ຂອງຕົນທີ່ຈະເຂົ້າຜູກພັນຕາມສົນທິສັນຍາຂຶ້ນມາໄດ້ ວ່າມີການຜິດພາດ ເພາະວ່າມັນເປັນການລະເມີດບົດບັນຍັດຂອງກົດໝາຍພາຍໃນຂອງຕົນກ່ຽວກັບອຳນາດໃນການກະທຳສົນທິສັນຍາ. ນອກຈາກວ່າ ການລະເມີດນັ້ນຫາກໄດ້ປາກົດຂຶ້ນຢ່າງແຈ່ມແຈ້ງແລະກ່ຽວຂ້ອງກັບລະບຽບການຂອງກົດໝາຍພາຍໃນ ທີ່ມີຄວາມສຳຄັນຢ່າງຍິ່ງ.

ໃນຂະນະທີ່ມາດຕາ 48(1) ຂອງສັນຍາສະບັບດຽວກັນບັນຍັດວ່າ: ລັດໜຶ່ງສາມາດຍິບຍົກເອົາຄວາມຜິດພາດຢູ່ໃນສົນທິສັນຍາຂຶ້ນມາກ່າວອ້າງວ່າ ຄວາມຜິດພາດນັ້ນ ພາໃຫ້ເກີດຄວາມຍິນຍອມ ທີ່ຈະເຂົ້າຜູກພັນຕາມສົນທິສັນຍາ. ຖ້າຫາກວ່າຄວາມຜິດພາດແມ່ນການກະທຳຫຼືສະພາບການທີ່ຕົນຄິດວ່າເປັນຈິງໃນເວລາທີ່ຕົນກະທຳສົນທິສັນຍາ ແລະຄວາມຜິດພາດນັ້ນ ເປັນພື້ນຖານອັນສຳຄັນທີ່ພາໃຫ້ຕົນໄດ້ຍິນຍອມທີ່ຈະເຂົ້າຜູກພັນຕາມສົນທິສັນຍານັ້ນ. ມາດຕາ 49 ກຳນົດວ່າ:ຖ້າຫາກລັດໃດລັດໜຶ່ງຖືກຊັກຈູງໃຫ້ການກະທຳສົນທິສັນຍາໂດຍການຫູອກລວງ ຈາກອີກລັດໜຶ່ງທີ່ເປັນຄູ່ເຈລະຈາເພື່ອການກະທຳສົນທິສັນຍານຳກັນ. ລັດທີ່ຖືກຫຼອກລວງສາມາດຍິບຍົກເອົາການຫຼອກລວງຂຶ້ນມາ ກ່າວອ້າງໄດ້ວ່າ ເຈຕະນາຍິນຍອມຂອງຕົນທີ່ຈະເຂົ້າຜູກພັນຕາມສົນທິສັນຍານັ້ນ ຖືວ່າເປັນໂມຄະ.

ມາດຕາ 50 ສັນຍາສະບັບດຽວກັນບັນຍັດວ່າ: ຖ້າວ່າ ການຍິນຍອມຂອງລັດທີ່ຈະເຂົ້າຜູກພັນຕາມສົນທິສັນຍາຫາກເກີດຂຶ້ນດ້ວຍການຮັບສິນບົນໂດຍທາງກົງຫຼືທາງອ້ອມຂອງຜູ້ຕາງໜ້າຂອງລັດຕົນ ຈາກອີກລັດໜຶ່ງທີ່ເຂົ້າຮ່ວມການເຈລະຈາ. ລັດນັ້ນສາມາດຍິບຍົກເອົາການຮັບສິນບົນຂອງຜູ້ຕາງໜ້າຂອງລັດຕົນຂຶ້ນມາກ່າວອ້າງວ່າ ຄວາມຍິນຍອມຂອງຕົນຂອງຕົນທີ່ຈະເຂົ້າຜູກພັນຕາມສົນທິສັນຍານັ້ນ ເປັນໂມຄະ.

ມາດຕາ 51 ສັນຍາສະບັບດຽວກັນຍັງກຳນົດວ່າ: ການຍິນຍອມຂອງລັດໜຶ່ງທີ່ຈະເຂົ້າຜູກພັນຕາມສົນທິສັນຍາທີ່ໄດ້ເຮັດຂຶ້ນດ້ວຍການບີບບັງຄັບຜູ້ຕາງໜ້າຂອງລັດນັ້ນ, ຈະດ້ວຍການປະພຶດຫຼືດ້ວຍການນາບຂູ່ຜູ້ຕາງໜ້າ ດັ່ງກ່າວ ການຍິນຍອມນັ້ນ ຍ່ອມບໍ່ມີຄຸນຄ່າທາງກົດໝາຍ.