ມາດຕາ 38 (1)(ຂ) ຂອງທໍາມະນູນສານຍຸຕິທໍາລະຫວ່າງປະເທດໄດ້ກ່າວເຖິງບໍ່ເກີດຂອງກົດໝາຍສາກົນນອກຈາກສົນທິສັນຍາແລະປະເພນີສາກົນຄື “ຫຼັກກົດໝາຍທົ່ວໄປເປັນທີ່ຍອມຮັບຂອງນານາປະເທດ” (General principles of law recognized by civilized nations) ໝາຍເຖິງຫຼັກກົດໝາຍທີ່ມີລັກສະນະທົ່ວໄປຈົນເຖິງມີການຍອມຮັບແລະໃຊ້ກັນໃນທຸກລະບົບກົດໝາຍ ຄໍາວ່າລະບົບກົດໝາຍ “ລະບົບກົດໝາຍ” ໃນທີ່ນີ້ໝາຍເຖິງລະບົບກົດໝາຍພາຍໃນຂອງລັດຕ່າງໆເຊັ່ນ ລະບົບ Common law ລະບົບ Civil law ຫຼືລະບົບ Socialist law ກໍ່ຕາມຊຶ່ງຖືວ່າເປັນລະບົບກົດໝາຍທີ່ “ນາໆປະເທດ” (civilized nations)ໃຊ້ກັນຢູ່

          ສາເຫດທີ່ຫຼັກກົດໝາຍທົ່ວໄປສາມາດຄົ້ນຫາຈາກຫຼັກກົດໝາຍທີ່ຍອມຮັບແລະໃຊ້ຢູ່ໃນລະບົບກົດໝາຍພາຍໃນຂອງນາໆປະເທດທີ່ສືບເນື່ອງມາຈາກຄວາມຈິງທີ່ລະບົບກົດໝາຍພາຍໃນຂອງລັດເປັນລະບົບກົດໝາຍທີ່ມີວິວັດທະນາການເປັນເວລາດົນນານຈົນເຮັດໃຫ້ຫຼັກກົດໝາຍຫຼາຍໆເລື່ອງເປັນຫຼັກກົດໝາຍແລະໄດ້ມີການຍອມຮັບເປັນຫຼັກກົດໝາຍທົ່ວໄປ ໃນຂະນະທີ່ກົດໝາຍລະຫວ່າງປະເທດຍັງຖືກເບິ່ງວ່າເປັນກົດໝາຍທີ່ຫາຈະໄດ້ມີວິວັດທະນາການໃນລະຍະເລີ່ມຕົ້ນ(primitive) ເທົ່ານັ້ນຈິ່ງເຮັດໃຫ້ຍັງບໍ່ສາມາດພັດທະນາຫຼັກກົດໝາຍສາກົນໄດ້ຢ່າງເຕັມທີ່ ແລະມີຄວາມຈຳເປັນທີ່ຈະຕ້ອງເພິ່ງພາຫຼັກກົດໝາຍທີ່ປາກົດແລະໃຊ້ກັນຢູ່ໃນລະບົບກົດໝາຍພາຍໃນພາຍໃນຂອງນາໆປະເທດ

          ຫຼັກກົດໝາຍທົ່ວໄປທີ່ມີການຍອມຮັບກັນໃນບັນດາປະເທດຕ່າງທີ່ຈະກາຍເປັນບໍ່ເກີດຂອງກົດໝາຍສາກົນນັ້ນສ່ວນໃຫຍ່ຈະເປັນຫຼັກກົດໝາຍພາຍໃນໂດຍສະເພາະກົດໝາຍແພ່ງແລະກົດໝາຍການດຳເນີນຄະດີແພ່ງ ເພາະວ່າມີການປະຕິບັດມາແລະມີວິວັດທະນາການມາທີ່ດົນນານພໍທີ່ຈະເກີດຫຼັກກົດໝາຍທົ່ວໄປເປັນທີ່ຍອມຮັບແລະໃຊ້ຢູ່ໃນລະບົບກົດໝາຍຂອງປະເທດຕ່າງໆໄດ້ເຊັ່ນ ຫຼັກຂອງຄໍາຕັດສິນຂອງສານຍ່ອມມີຜົນຜູກພັນສະເພາະຄູ່ຄວາມເທົ່ານັ້ນ(res judicata[1]) ຊຶ່ງເປັນຫຼັກກົດໝາຍທີ່ໃຊ້ກັນຢູ່ໃນລະບົບກົດໝາຍຕ່າງໆຂອງໂລກແລະຍັງເປັນຫຼັກທີ່ໃຊ້ໃນກົດໝາຍສາກົນອີກດ້ວຍຫຼືຫຼັກສຸດຈະລິດ (good faith) ຫຼືຫຼັກການທີ່ໃຊ້ສິດໃນທີທາງທີ່ບໍ່ຖືກຕ້ອງ(abuse of rights) ຫຼັກກົດໝາຍປິດປາກ (estopel) ຫຼືຫລັກການທີ່ເອີນກັນວ່າການນິ່ງເສີຍກໍ່ຄືການຍິນຍອມ (acquiesence) ຫຼືຫຼັກທີ່ວ່າຜູ້ທີ່ລະເມີດຕ້ອງຊົດໃຊ້ເປັນຕົ້ນ

 


[1] Advisory opinion,Effects of Awards of Compensation made by the United Nations Administrative Tribunal,I.C.J.Reports(1954)